ປີດີ ພະນົມຍົງ
ພະນະທ່ານ ປີດີ ພະນົມຍົງ ນ.ຣ., ປ.ຈ., ມ.ປ.ຊ., ມ.ວ.ມ., ພ.ຣ.ທ. | |
---|---|
ปรีดี พนมยงค์ | |
ເກີດ | ປີດີ 11 ພຶດສະພາ ຄ.ສ. 1900 ອຳເພີກຸງເກົ່າ ຈັງຫວັດກຸງເກົ່າ ມົນທົນອະຍຸດທະຍາ ປະເທດສະຫຍາມ |
ເສຍຊີວິດ | 2 ພຶດສະພາ ຄ.ສ. 1983 (82 ປີ) ເຮືອນອັອງໂຕນີ ປາຣີ ປະເທດຝະຣັ່ງ |
ສາເຫດເສຍຊີວິດ | ຫົວໃຈວາຍ |
ສັນຊາດ | ໄທ |
ຊາດພັນ | ໄທສະຫຍາມ |
ການສຶກສາ | ໂຮງຮຽນກົດໝາຍ ມະຫາວິທະຍາໄລກັອງ ມະຫາວິທະຍາໄລປາຣີ |
ຈົບຈາກ | ໂຮງຮຽນວັດສາລາປູນ ໂຮງຮຽນມັດທະຍົມວັດເບນຈະມະບໍພິດ ໂຮງຮຽນໂຕຢ່າງປະຈຳມົນທົນກຸງເກົ່າ ໂຮງຮຽນສວນກຸຫຼາບວິທະຍາໄລ |
ອາຊີບ | ນັກກົດໝາຍ ອາຈານ ນັກການເມືອງ |
ເປັນທີ່ຮູ້ຈັກຈາກ | ລັດຖະບຸລຸດອາວຸໂສໄທ ຜູ້ສຳເຫຼັດລາຊະການແທນພະອົງໄທ ນາຍົກລັດຖະມົນຕີໄທ ຜູ້ສ້າງຕັ້ງຄະນະລາຊະດອນ ຜູ້ສ້າງຕັ້ງມະຫາວິທະຍາໄລທຳມະສາດ |
ພັກການເມືອງ | ຄະນະລາຊະດອນ (1926–1947) |
ສາດສະໜາ | ພຸດ |
ນິກາຍ | ເຖຣະວາດ |
ຄູ່ສົມລົດ | ພູນສຸກ ນະ ປ້ອມເພັດ (ສົມລົດ 1928) |
ບຸດ | ລະລິຕາ ພະນົມຍົງ ປານ ພະນົມຍົງ ສຸດາ ພະນົມຍົງ ສຸກປີດາ ພະນົມຍົງ ດຸດສະດີ ພະນົມຍົງ ວານີ ພະນົມຍົງ |
ບິດາມາຣດາ | ສຽງ ພະນົມຍົງ ລູກຈັນ ພະນົມຍົງ |
ລາຍເຊັນ | |
ສາດສະດາຈານ[1] ດຣ.ປີດີ ພະນົມຍົງ ຫຼື ອຳມາດຕີ ຫລວງປະດິດມະນູທຳ (ໄທ: ศาสตราจารย์ ดร.ปรีดี พนมยงค์ หรือ อำมาตย์ตรี หลวงประดิษฐ์มนูธรรม)[2][3] (11 ພຶດສະພາ ຄ.ສ. 1900 – 2 ພຶດສະພາ ຄ.ສ. 1923) ແມ່ນລັດຖະບຸລຸດອາວຸໂສ[4] ຜູ້ນຳຄະນະລາຊະດອນສາຍພົນລະເຮືອນ ຜູ້ກໍ່ການປ່ຽນແປງການປົກຄອງຂອງສະຫຍາມຈາກລະບອບສົມບູລະນາຍາສິດທິລາດມາເປັນລະບອບລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ ເມື່ອວັນທີ 24 ມິຖຸນາ ຄ.ສ. 1932 ເປັນຜູ້ໃຫ້ກຳເໜີດລັດຖະທຳມະນູນສະບັບທຳອິດຂອງປະເທດໄທ[5] ເຄີຍດຳລົງຕຳແໜ່ງນາຍົກລັດຖະມົນຕີຂອງປະເທດໄທ 3 ສະໄໝ[6] ແລະລັດຖະມົນຕີວ່າການກະຊວງຕ່າງ ໆ ອີກຫຼາຍສະໄໝ ເປັນຜູ້ກໍ່ຕັ້ງແລະຜູ້ປະສາດການພຽງຄົນດຽວຂອງມະຫາວິທະຍາໄລວິຊາທຳມະສາດແລະການເມືອງ[7] ແລະເປັນຜູ້ກໍ່ຕັ້ງທະນາຄານຊາດໄທ (ປັດຈຸບັນ ຄື ທະນາຄານແຫ່ງປະເທດໄທ)[8]
ໃນຊ່ວງສົງຄາມໂລກຄັ້ງທີສອງ ປີດີເປັນຜູ້ນຳຂະບວນການເສລີໄທຕໍ່ຕ້ານກອງທັບຈັກກະວັດຢີ່ປຸ່ນ ເຮັດໃຫ້ປະເທດໄທຮອດພົ້ນຈາກການເປັນຜູ້ແພ້ສົງຄາມ[9][10][11] ນອກຈາກນີ້ເຂົາຍັງໄດ້ຮັບການແຕ່ງຕັ້ງຜູ້ສຳເລັດລາຊະການແທນພະອົງ ໃນລັດຊະການ 8[12] ແລະໄດ້ຮັບພະບໍລົມລາຊະໂອງການໂປດເກົ້າຯ ຍົກຍ່ອງໃນຖານະ "ລັດຖະບຸລຸດອາວຸໂສ"[13]
ປີດີຕ້ອງຍຸດຕິບົດບາດທາງການເມືອງຫລັງການສະຫວັນນະຄົດຂອງພະບາດສົມເດັດພະປໍຣະເມນທະຣະມະຫາອານັນທະມະຫິດົນ ໂດຍຖືກກ່າວຫາຈາກພັກການເມືອງຝ່າຍກົງຂ້າມວ່າມີສ່ວນກ່ຽວຂ້ອງກັບເຫດການດັງກ່າວ[14] ຕໍ່ມາເກີດການລັດຖະປະຫານ ຄ.ສ. 1947 ເປັນເຫດໃຫ້ເຂົາຕ້ອງລີ້ໄພການເມືອງໄປຍັງປະເທດຈີນແລະຝະລັ່ງລວມໄລຍະເວລາກວ່າ 30 ປີ ແລະບໍ່ໄດ້ກັບສູ່ປະເທດໄທອີກເລີຍຈົນກະທັ່ງເຖິງແກ່ອະສັນຍະກຳ[15] ເມື່ອວັນທີ 2 ພຶດສະພາ ຄ.ສ. 1923[16][17][18]
ລະຫວ່າງທີ່ລີ້ໄພຢູ່ຕ່າງປະເທດ ປີດີໄດ້ຟ້ອງຮ້ອງຜຄ້ໃສ່ຄວາມໝິ່ນປະໝາດຕໍ່ສານຍຸດຕິທຳ ຜົນປາກົດວ່າສານຕັດສິນໃຫ້ຊະນະທຸກຄະດີ ແລະຍັງໄດ້ຮັບຄວາມຮັບຮອງຈາກທາງລາຊະການຕະຫຼອດຈົນເງິນບຳນານແລະໜັງສືເດິນທາງຂອງໄທ[19][20]
ໃນ ຄ.ສ. 1999 ທີ່ປະຊຸມສະໄໝສາມັນຄັ້ງທີ 30 ຂອງອົງການຍູເນສໂກ ນະ ກຸງປາລີ ປະເທດຝະລັ່ງ ໄດ້ມີມັດຕິໃຫ້ປີດີ ພະນົມຍົງ ເປັນ "ບຸກຄົນສຳຄັນຂອງໂລກ" ແລະໄດ້ຮ່ວມສະເຫຼີມສະຫຼອງໃນວາລະຄົບຮອບ 100 ປີ ຊາດຕະການຂອງເຂົາ ລະຫວ່າງ ຄ.ສ. 2000–ຄ.ສ. 2001 [21] ນອກຈາກນີ້ນິດຕະຍະສານເອເຊຍວີກຍັງໄດ້ສະເໜີຊື່ຂອງເຂົາເຂົ້າຊິງຕຳແໜ່ງ "Asian Of The Century" ອີກດ້ວຍ[22]
ອ້າງອີງ
[ດັດແກ້]- ↑ อนุสาวรีย์ ศาสตราจารย์ ดร.ปรีดี พนมยงค์ Archived 2019-06-07 at the Wayback Machine, มหาวิทยาลัยธรรมศาสตร์ ศูนย์รังสิต, เรียกข้อมูลวันที่ 25 เม.ย. 2555
- ↑ "Archive copy" (PDF). Archived from the original (PDF) on 2016-03-04. Retrieved 2019-06-07.
{{cite web}}
: CS1 maint: archived copy as title (link) - ↑ "Archive copy" (PDF). Archived from the original (PDF) on 2011-11-10. Retrieved 2019-06-07.
{{cite web}}
: CS1 maint: archived copy as title (link) - ↑ http://www.ratchakitcha.soc.go.th/DATA/PDF/2488/A/070/699.PDF
- ↑ สันติสุข โสภณศิริ, ผู้กำเนิดรัฐธรรมนูญไทย ปรีดี พนมยงค์, เรือนแก้วการพิมพ์, 2543, ISBN 974-7833-54-9
- ↑ ราชกิจจานุเบกษา, พระบรมราชโองการ ประกาศตั้งนายกรัฐมนตรี, ตอนที่ 16, เล่ม 63, วันที่ 25 มีนาคม พ.ศ. 2489, หน้า 118
- ↑ รายนามผู้ดำรงตำแหน่งผู้ประศาสน์การ อธิการบดี และ ผู้รักษาการแทนของมหาวิทยาลัยธรรมศาสตร์ Archived 2019-06-07 at the Wayback Machine, เว็บไซต์มหาวิทยาลัยธรรมศาสตร์, เรียกข้อมูลวันที่ 18 พ.ย. 2552
- ↑ ประวัติธนาคารแห่งประเทศไทย Archived 2012-06-23 at the Wayback Machine, เว็บไซต์ธนาคารแห่งประเทศไทย, เรียกข้อมูลวันที่ 6 ก.ค. 2553
- ↑ วิชิตวงศ์ ณ ป้อมเพชร, รัฐบุรุษอาวุโส ปรีดี พนมยงค์ กับขบวนการเสรีไทย Archived 2019-06-09 at the Wayback Machine, ห้องสมุดอิเล็กทรอนิกส์ ปรีดี-พูนศุข, เรียกข้อมูลวันที่ 10 พ.ย. 2552
- ↑ นิยม รักษาขันธ์ (นายสีดอกกาว), บันทึกลับเสรีไทยภูพาน, สถาบันราชภัฏสกลนคร, 2543, หน้า 97, 134-139
- ↑ ประมาณ อดิเรกสาร, ญี่ปุ่นบุกประเทศไทย, สำนักพิมพ์เส้นทาง, 2545, หน้า 59-62, 81
- ↑ ราชกิจจานุเบกษา, ประกาศตั้งผู้สำเร็จราชการแทนพระองค์ Archived 2007-09-30 at the Wayback Machine, ตอนที่ 45, เล่ม 61, วันที่ 1 สิงหาคม พ.ศ. 2487, หน้า 730
- ↑ ราชกิจจานุเบกษา, พระบรมราชโองการโปรดเกล้าฯ ยกย่อง ปรีดี พนมยงค์ เป็นรัฐบุรุษอาวุโส, ตอนที่ 70, เล่ม 62, วันที่ 11 ธันวาคม พ.ศ. 2488, หน้า 699
- ↑ ส. ศิวรักษ์, เรื่องปรีดี พนมยงค์ ตามทัศนะ ส.ศิวรักษ์, สำนักพิมพ์มูลนิธิโกมลคีมทอง, 2540, หน้า 54–55
- ↑ ส. ศิวรักษ์, เรื่องปรีดี พนมยงค์ ตามทัศนะ ส.ศิวรักษ์, สำนักพิมพ์มูลนิธิโกมลคีมทอง, 2540, หน้า 8
- ↑ วาณี สายประดิษฐ์, ปรีดีในต่างแดน Archived 2019-06-09 at the Wayback Machine, ห้องสมุดอิเล็กทรอนิกส์ ปรีดี-พูนศุข, เรียกข้อมูลวันที่ 10 พ.ย. 2552
- ↑ ประมาณ อดิเรกสาร, Unseen ราชครู, สื่อวัฏสาร, 2547, ISBN 974-92685-3-9
- ↑ ปรีดี พนมยงค์, ชีวิตผันผวนของข้าพเจ้า และ 21 ปีที่ลี้ภัยในสาธารณรัฐราษฎรจีน, บทที่ 1 การเดินทางออกจากสาธารณรัฐราษฎรจีน, สำนักพิมพ์เทียนวรรณ, 2529, หน้า 6-9
- ↑ สัจจา วาที, ท่านผู้หญิงพูนศุข พนมยงค์ เปิดเผยต่อศาล ปรีดี พนมยงค์ คือผู้บริสุทธิ์, สถาบันวิทยาศาสตร์สังคม
- ↑ UNESCO: MS Data Thailand Archived 2009-07-28 at the Wayback Machine, UNESCO
- ↑ Asia Week, Asian of the century