Jump to content

ພະບາດສົມເດັດພະນັ່ງເກົ້າເຈົ້າຢູ່ຫົວ

ຈາກ ວິກິພີເດຍ
ພະບາດສົມເດັດພະນັ່ງເກົ້າເຈົ້າຢູ່ຫົວ

ພະບໍລົມນາມາພິໄທ ໝ່ອມເຈົ້າທັບ
ພະປໍລະມາພິໄທ ພະບາດສົມເດົດພະບໍຣົມຣາຊາທິຣາດຣາມາທິບໍດີ ສີສິນທະຣະບໍຣົມມະຫາຈັກກະພັດດິຣາຊາທິບໍດິນ ທໍຣະນິນທາທິຣາດ ຣັດຕະນາກາດພາສກອນຣະວົງ ອົງປໍຣະມາທິເບດ ຕີພູວະເນດວໍຣະນາຍົກ ດິລົກຣັດຕະນະຣາດຊາດອາຊາວະໄສ ສະໝຸໄທດະໂຣມົນ ສາກົນຈັກກະວາລາທິເບນ ສຸຣິເຍນທາທິບໍດິນ ຫະຣິຫະຣິນທາທາທິບໍດີ ສີສຸວິບູນ ຄຸນອະຖະພິດ ຣິດທິຣາເມສວນ ທັນມິກະຣາຊາທິຣາດ ເດໂຊໄຊ ພົມເທພາດິເທບນະຣຶບໍດິນ ພູມິນທະຣະປໍຣະມາທິເບດ ໂລກະເຊດວິສຸດ ມົງກຸດປະເທດຄະຕາ ມະຫາພຸດທາງກູນ ບໍຣົມບໍພິດ ພະພຸດທະເຈົ້າຢູ່ຫົວ
ພະລາຊະອິສະລິຍະຍົດ ພະເຈົ້າກຸງສີອະຍຸດທະຍາ
ລາຊະວົງ ຈັກກີ
ຄອງລາດ 21 ກໍລະກົດ​ ຄ.ສ. 1824 – 2 ເມສາ ຄ.ສ. 1851
ບໍລົມລາຊາພິເສກ 1 ສິງຫາ ຄ.ສ. 1824
ໄລຍະຄອງລາດ 26 ປີ
ລາຊະການກ່ອນໜ້າ ພະບາດສົມເດັດພະພຸດທະເລີດຫຼ້ານະພາໄລ
ລາຊະການຕໍ່ໄປ ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ
ວັດປະຈຳລາຊະການ ວັດຣາຊະໂອຣະສາຣາມຣາຊະວໍຣະມະຫາວິຫານ
ພະບໍລົມມະອັດຖິ ຫໍພະທາດມົນທຽນ ໃນພະບໍລົມມະຫາລາຊະວັງ
ຂໍ້ມູນສ່ວນພະອົງ
ພະລາຊະສົມພົບ 31 ມີນາ ຄ.ສ. 1788(1788-03-31)
ບ່ອນທີ່ພະລາຊະສົມພົບ ນະ ພະລາຊະວັງເດີມ ເມືອງທົນບຸລີ ອານາຈັກຣັດຕະນະໂກສິນ
ສະຫວັນຄົດ 2 ເມສາ ຄ.ສ. 1851 (63 ພັນສາ)
ບ່ອນທີ່ສິ້ນພະຊົນ ນະ ພະລາຊະວັງຫຼວງ ບາງກອກ ອານາຈັກຣັດຕະນະໂກສິນ
ພະລາດຊະບິດາ ພະບາດສົມເດັດພະພຸດທະເລີດຫຼ້ານະພາໄລ
ພະລາດຊະມານດາ ສົມເດັດພະສີສຸລາໄລ
ພະສະໜົມ 58 ທ່ານ
ພະລາດຊະບຸດ 51 ພະອົງ

ພະບາດສົມເດັດພະປໍຣະທິວໍຣະເສດມະຫາເຈດສະດາບໍດິນ ພະນັ່ງເກົ້າເຈົ້າຢູ່ຫົວ (ໄທ: พระบาทสมเด็จพระปรมาธิวรเสรฐมหาเจษฎาบดินทร์ พระนั่งเกล้าเจ้าอยู่หัว, ພຣະບາທສມເດັຈພຣະປຣມາທິວຣເສຣຖມຫາເຈສດາບດິນທຣ໌ ພຣະນັ່ງເກລ້າເຈ້າອຍູ່ຫັວ; 31 ມີນາ ຄ.ສ. 1788 – 2 ເມສາ ຄ.ສ. 1851) ແມ່ນພະມະຫາກະສັດໄທລາຊະການທີ 3 ແຫ່ງລາຊະວົງຈັກກີ ແລະແມ່ນພະມະຫາກະສັດລາຊະການທີ 47 ຕາມປະຫວັດສາດໄທ ຄອງລາດຕັ້ງແຕ່ວັນທີ 21 ກໍລະກົດ ຄ.ສ. 1824 ຫາ 2 ເມສາ ຄ.ສ. 1851

ພະລາຊະປະຫວັດ

[ດັດແກ້]

ພະບາດສົມເດັດພະນັ່ງເກົ້າເຈົ້າຢູ່ຫົວ ມີພະນາມເດີມວ່າ ໝ່ອມເນົ້າທັບ ແມ່ນພະລາຊະໂອລົດພະອົງທີ 2 ໃນສົມເດັດພະເຈ້າລູກຍາເທີ ເຈົ້າຟ້າກົມຫຼວງອິສະຣະສຸນທອນ (ພະບາດສົມເດັດພະພຸດທະເລີດຫຼ້ານະພາໄລ) ແລະພະອົງທີ 1 ໃນເຈົ້າຈອມມານດາຣຽມ (ສົມເດັດພະສີສຸລາໄລ) ສະເດັດພະລາຊະສົມພົບເມື່ອວັນຈັນທີ 31 ມີນາ ຄ.ສ. 1788 ນະ ພະລາຊະວັງເດີມ ມີພະຂະນິດຖາແລະພະອະນຸຊາຮ່ວມພະມານດາ ດັງນີ້

  1. ໝ່ອມເຈົ້າທັບ
  2. ໝ່ອມເຈົ້າປ້ອມ (ພະເຈົ້າບໍລົມວົງເທີ ພະອົງເຈົ້າປ້ອມ)
  3. ໝ່ອມເຈົ້າດຳ (ພະເຈົ້າບໍລົມວົງເທີ ພະອົງເຈົ້າດຳ)

ຕໍ່ມາພະບໍລົມຊະນົກນາດໄດ້ຮັບອຸປະລາຊາພິເສກຂຶ້ນເປັນກົມພະລາຊະວົງບໍວອນສະຖານມຸງຄຸນໃນປີ ຄ.ສ. 1807 ພະອົງຈຶງໄດ້ຮັບສະຖາປະນາເປັນ ພະເຈົ້າຫຼານເທີ ພະອົງເຈົ້າທັບ

ເມື່ອສົມເດົດພະບໍລົມລາຊະຊະນົກຂຶ້ນຄອງລາດເປັນລາຊະການທີ 2 ໃນ ຄ.ສ. 1809 ຈຶງໄດ້ເລື່ອນຖານະເປັນ ພະເຈົ້າລູກຍາເທີ ພະອົງເຈົ້າທັບ ຈົນປີ ຄ.ສ. 1813 ໄດ້ຮັບພະກະລຸນາໂປດເກົ້າຯ ໃຫ້ຊົງກົມເປັນ ພະເຈົ້າລູກຍາເທີ ກົມໝື່ນເຈດສະດາບໍດິນ

ເມື່ອຄັ້ງທີ່ຊົງກົກັບລາຊະການກົມທ່າ ໄດ້ຊົງແຕ່ງສຳເພົາບັນທຸກສິນຄ້າອອກໄປຂາຍໃນຕ່າງປະເທດມີລາຍໄດ້ເພີ່ມຂຶ້ນໃນທ້ອງພະຄັງເປັນອັນມາກ ພະລາຊະບິດາຊົງຮຽກພະອົງວ່າ "ເຈົ້າສົວ" ເມື່ອລາຊະການທີ 2 ສະຫວັນຄົດ ບໍ່ໄດ້ຮັບສັ່ງມອບລາຊະສົມບັດແກ່ຜູ້ໃດ ຂຸນນາງແລະພະລາຊະວົງຕ່າງມີຄວາມເຫັນວ່າພະອົງ ຂະໜະນັ້ນມີພະຊົນມາຍຸ 37 ພັນສາ ຊົງຮອບຮູ້ກິດຈະການບ້ານເມືອງດີ ຊົງປາດເປື່ອງໃນທາງກົດໝາຍ ການຄ້າ ແລະການປົກຄອງ ຈຶງພ້ອມໃຈກັນອັນເຊີນຂຶ້ນຄອງລາດເປັນລາຊະການທີ 3

ຄ.ສ. 1850 ພະບາດສົມເດັດພະນັ່ງເກົ້າເຈົ້າຢູ່ຫົວ ຊົງປະຊວນດ້ວຍພະໂຮກມະເລັງພະອັດຖິ ພະອາການຊຸດໜັກລົງຕາມລຳດັບ ຈົນກະທັ່ງສະເດັດສະຫວັນຄົດເມື່ອວັນທີ 2 ເມສາ ຄ.ສ. 1851 ຫຼັງວັນສະເຫຼີມພະຊົນພັນສາພຽງ 2 ວັນ ສິລິພະຊົນພັນສາ 64 ພັນສາ ຄອງລາຊະສົມບັດ 27 ປີ ໄດ້ອັນເຊີນພະບໍລົມສົບໄປປະດິດສະຖານ ນະ ພະທີ່ນັ່ງດຸສິດມະຫາປາສາດ ຕໍ່ມາໄດ້ຈັດພະລາຊະພິທີຖະຫວານພະເພີງພະບໍລົມສົບເມື່ອ ຄ.ສ. 1853 ນະ ພະເມລຸມາດ ທ້ອງສະໜາມຫຼວງ ຫຼັງຈາກນັ້ນໄດ້ອັນເຊີນພະບໍລົມອັດຖິໄປປະດິດສະຖານ ນະ ຫໍພະທາດມົນທຽນ ແລະອັນເຊີນພະບໍລົມລາຊະສະລີລາງຄານໄປປະດິດສະຖານ ນະ ສິມ ວັດຣາຊະໂອຣະສາຣາມຣາຊະວໍຣະວິຫານ